Meeting on Project Workplan Implementation Progress

ກອງປະຊຸມທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນກິດຈະກຳປະຈຳປີ 2023

ວັນທີ 15 ກັນຍາ 2023 ທີ່ຜ່ານມາ, ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນກິດຈະກຳຂອງໂຄງການປະຈຳປີ 2023 ຂຶ້ນທີ່ໂຮງແຮມລາວພຣາຊ່າ, ນະຄອນຫຼວງວຽງຈັນ. ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນກິດຈະກຳຂອງໂຄງການປະຈຳປີ 2023, ແລກປ່ຽນບົດຮຽນກ່ຽວກັບບັນລຸໂຕຊີ້ວັດຂອງໂຄງການ ແລະ ກໍານົດທິດທາງແຜນການບູລິມະສິດ ໄລຍະເດືອນກັນຍາ – ທັນວາ 2023

ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຜູ້ຈັດການໂຄງການ. ມີໜ່ວຍງານຈັດຕັ້ງປະຕິບັດໂຄງການແຂວງຫຼວງພະບາງ, ແຂວງວຽງຈັນ, ເມືອງວັງວຽງ, ແຂວງຈຳປາສັກ, ຊ່ຽວຊານໂຄງການ ແລະ ວິຊາການພາຍໃນກົມພັດທະນາການທ່ອງທ່ຽວເຂົ້າຮ່ວມ.

ທ່ານ ນາງ ພອນມະລີ ອິນທະພົມ ໄດ້ນຳສະເໜີຄວາມຄືບໜ້າໂດຍລວມການຈັດຕັ້ງປະຕິບັດແຜນກິດຈະກຳຂອງໂຄງການປະຈຳປີ 2023 ສໍາລັບໝາກຜົນທີ 1: ການປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກ, ໝາກຜົນທີ 2: ການຈັດຕັ້ງປະຕິບັດມາດຕະຖານການທ່ອງທ່ຽວອາຊຽນ ແລະ ໝາກຜົນທີ 3: ການພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດຫມາຍປາຍທາງການທ່ອງທ່ຽວ. ຫຼັງຈາກນັ້ນ, ແຕ່ລະໜ່ວຍງານຈັດຕັ້ງປະຕິບັດໂຄງການ ກໍໄດ້ຜັດປ່ຽນກັນນຳສະເໜີຄວາມຄືບໜ້າການຈັດຕັ້ງປະຕິບັດແຜນກິດຈະກຳຂອງໂຄງການປະຈຳປີ 2023 ຢູ່ເຂດເປົ້າໝາຍຂອງໂຄງການ.

ຜູ້ເຂົ້າຮ່ວມໄດ້ສະໜອງຂໍ້ມູນກ່ຽວກັບຄວາມຄືບໜ້າຂອງການປະເມີນ ແລະ ເປົ້າໝາຍໃໝ່ ສຳລັບມາດຕະຖານໂຮງແຮມຂຽວອາຊຽນ, ມາດຕະຖານເຮືອນພັກແຮມປະຊາຊົນ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ແລະ ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ. ຫຼັງຈາກນັ້ນ, ໄດ້ຮັບຟັງການນຳສະເໜີທິດທາງແຜນການບູລິມະສິດຂອງໂຄງການ ໄລຍະເດືອນກັນຍາ – ທັນວາ ປີ 2023 ແລະ ບາດກ້າວໃນຕໍ່ໜ້າ.

ເອກະສານກອງປະຊຸມ: https://bit.ly/3PuX3aw