• Invitation to Bid for Kaeng Nyui Operation & Maintenance

    ເຊີນເຂົ້າຮ່ວມການປະມູນ ເຖິງ:    ບັນດາບໍລິສັດພັດທະນາແຫຼ່ງທ່ອງທ່ຽວ, ບໍລິສັດທ່ອງທ່ຽວ ແລະ ຜູ້ທີ່ສົນໃຈ  ເລື່ອງ:   ເຂົ້າຮ່ວມການປະມູນເພື່ອບໍລິຫານຄຸ້ມຄອງ ແລະ ບົວລະບັດຮັກສາສິ່ງອຳນວຍຄວາມສະດວກ ພາຍໃນສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ, ເມືອງວັງວຽງ, ແຂວງວຽງຈັນ ຄະນະຮັບຜິດຊອບໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ຂັ້ນສູນກາງ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບພະແນກ ຖວທ ແຂວງວຽງຈັນ ແລະ ຫ້ອງການ ຖວທ ເມືອງວັງວຽງ ຂໍຖືເປັນກຽດເຊີນທ່ານເຂົ້າຮ່ວມການປະມູນ ການບໍລິຫານຄຸ້ມຄອງ ແລະ ບົວລະບັດຮັກສາສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວນຳ້ຕົກຕາດແກ້ງຍຸຍ, ເມືອງວັງວຽງ, ແຂວງວຽງຈັນ ຮ່ວມກັບພາກລັດ ແລະ ປະຊາຊົນ. ພາກສ່ວນທີ່ສົນໃຈ ສາມາດປະກອບເອກະສານກ່ຽວຂ້ອງ ແລ້ວສົ່ງໃຫ້ໂຄງການ ບໍ່ກາຍວັນທີ 17 ມິຖຸນາ 2024 ເວລາ 16.00 ໂມງ. ດາວໂຫຼດເອກະສານການປະມູນ https://bit.ly/3JYhXLW