• ກອງປະຊຸມຄະນະຮັບຜິດຊອບຊີ້ນຳໂຄງການປະຈຳປີ

    ໃນວັນທີ 19 ມັງກອນ 2021 ທີ່ຜ່ານມາ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມຄະນະຮັບຜິດຊອບຊີ້ນຳໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວປະຈຳປີຂຶ້ນ ທີ່ໂຮງແຮມແລນມາກ,​ ນະຄອນຫລວງວຽງຈັນ ໂດຍການສະຫນັບສະຫນູນຂອງທະນາຄານພັດທະນາອາຊີ (Asian Development Bank – ADB).ກອງປະຊຸມໄດ້ໄຂຂຶ້ນໂດຍການເປັນປະທານກ່າວເປີດຂອງ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງ ຖວທ ແລະ ທັງເປັນຫົວຫນ້າຄະນະຮັບຜິດຊອບຊີ້ນຳໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2.ທ່ານ ສູນ ມະນີວົງ, ຫົວຫນ້າໂຄງການ ໄດ້ນຳສະເຫນີຄວາມຄືບຫນ້າການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການປະຈຳປີ 2020 ແລະ ທ່ານ ນາງ ພອນມະລີ ອິນທະພົມ, ຜູ້ຈັດການໂຄງການ ໄດ້ຜ່ານແຜນຈັດຕັ້ງປະຕິບັດກິດຈະກຳຂອງໂຄງການປະຈຳປີ 2021.ຜູ້ເຂົ້າຮ່ວມກອງປະຊຸມແມ່ນປະກອບມີຄະນະກົມ, ຄະນະພະແນກ ແລະ ວິຊາການຈາກບັນດາກົມພາຍໃນກະຊວງ ຖວທ, ຫນ່ວຍງານປະສານງານໂຄງການ (Project Coordination Unit – PCU),…