Meeting on 2024 Project Annual Workplan

ກອງປະຊຸມຜ່ານແຜນກິດຈະກຳຂອງໂຄງການປະຈຳປີ 2024

ວັນພຸດ ທີ 31 ມັງກອນ 2024, ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2 (ຄພສທ 2) Second GMS Tourism Infrastructure for Inclusive Growth Project – TIIGP 2, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມຜ່ານແຜນກິດຈະກຳຂອງໂຄງການປະຈຳປີ 2024 ຂຶ້ນທີ່ ໂຮງແຮມລາວພຣາຊ່າ, ນະຄອນຫຼວງວຽງຈັນ

ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ສູນ ມະນີວົງສ໌, ຫົວໜ້າໂຄງການ ຄພສທ 2 ແລະ ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ ເຊິ່ງທັງເປັນຜູ້ຈັດການໂຄງການ ຄພສທ 2, ກະຊວງ ຖວທ. ມີໜ່ວຍງານຈັດຕັ້ງປະຕິບັດໂຄງການ (Project Implementation Unit – PIU) ແຂວງຫຼວງພະບາງ, ແຂວງວຽງຈັນ, ເມືອງວັງວຽງ ແລະ ແຂວງຈຳປາສັກ, ຜູ້ປະສານງານວຽກງານການເງິນໂຄງການ ແລະ ຊ່ຽວຊານໂຄງການ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການນຳສະເໜີ ແລະ ປຶກສາຫາລືກ່ຽວກັບແຜນກິດຈະກຳຂອງໂຄງການປະຈຳປີ 2024 ເຊິ່ງສັງລວມດັ່ງນີ້:

ໝາກຜົນທີ 2: ການຈັດຕັ້ງປະຕິບັດມາດຕະຖານການທ່ອງທ່ຽວອາຊຽນ (ASEAN Tourism Standards)

– ສ້າງຄວາມເຂັ້ມແຂງ ແລະ ປະກອບອຸປະກອນໃຫ້ແກ່ບ້ານເປົ້າໝາຍ ສຳລັບມາດຕະຖານເຮືອນພັກແຮມປະຊາຊົນ (ASEAN Homestay Standard) ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ (ASEAN Community Based Tourism – CBT Standard) ເພື່ອສະເໜີຮັບລາງວັນໃນປີ 2025. ຮອດທ້າຍໂຄງການ, ຈະຕ້ອງບັນລຸ 90 ຫຼັງຄາເຮືອນ, ບັນລຸແລ້ວ 45 ຫຼັງຄາເຮືອນ.

– ແຈ້ງຜູ້ປະກອບການໂຮງແຮມກະກຽມຮັບການປະເມີນ ມາດຕະຖານໂຮງແຮມຂຽວອາຊຽນ (ASEAN Green Hotel Standard) ໃນປີ 2025 ເພື່ອສະເໜີຮັບລາງວັນໃນປີ 2026. ຮອດທ້າຍໂຄງການ, ຈະຕ້ອງບັນລຸມາດຕະຖານໂຮງແຮມຂຽວອາຊຽນ ຈຳນວນ 64 ແຫ່ງ, ບັນລຸແລ້ວ 49 ແຫ່ງ.

– ສ້າງຄວາມເຂັ້ມແຂງ ແລະ ປະກອບອຸປະກອນໃຫ້ແກ່ເມືອງເປົ້າໝາຍ ສຳລັບມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ (ASEAN Clean Tourist City Standard) ເພື່ອສະເໜີຮັບລາງວັນໃນປີ 2026. ຮອດທ້າຍໂຄງການ ຈະຕ້ອງບັນລຸ 3 ເມືອງ, ບັນລຸແລ້ວ 2 ເມືອງຄື ນະຄອນຫຼວງພະບາງ ແລະ ນະຄອນປາກເຊ.

– ສືບຕໍ່ໂຄສະນາມາດຕະຖານຜ່ານທາງເວັບໄຊ (www.tourismstandards.la ) ແລະ ສື່ສັງຄົມອອນລາຍ Tourism Standards in Lao PDR

– ຈັດງານມອບຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນໄລຍະງານ ATF ເດືອນມັງກອນ ແລະ ງານມອບຮັບລາງວັນພາຍໃນ ເດືອນກຸມພາ.

ໝາກຜົນທີ 3: ການພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວ (Destination Management)

– ຈັດກອງປະຊຸມເຄືອຂ່າຍ DMN (Destination Management Network) Laos DMN ເຄືອຂ່າຍພາກລັດ-ພາກທຸລະກິດໃນຂະແໜງການທ່ອງທ່ຽວ ຢູ່ຂັ້ນສູນກາງ ແລະ ເຂດເປົ້າໝາຍໂຄງການ ເພື່ອກຳນົດກິດຈະກຳ ແລະ ການຮ່ວມມືລະຫວ່າງພາກລັດ, ພາກທຸລະກິດ, ໂຄງການ ແລະ ອົງການຈັດຕັ້ງສາກົນໃນຂະແໜງການທ່ອງທ່ຽວ

– ຈັດກອງປະຊຸມແກ້ໄຂປະກົດການຫຍໍ້ທໍ້ໃນຂະແໜງການທ່ອງທ່ຽວ

– ສ້າງ ແລະ ປັບປຸງແຜນແມ່ບົດຄຸ້ມຄອງຕົວເມືອງທ່ອງທ່ຽວ ແລະ ແຜນຄຸ້ມຄອງການທ່ອງທ່ຽວ ນະຄອນຫຼວງພະບາງ, ເມືອງວັງວຽງ, ເຂດອ່າງນຳ້ງື່ມ 1, ດອນເດດ-ດອນຄອນ ແລະ ບໍລິເວນອ້ອມຮອບ

– ສະໜັບສະໜູນເຄືອຂ່າຍ DMN ໃນການຈັດກິດຈະກຳສົ່ງເສີມການທ່ອງທ່ຽວ ແລະ ເຂົ້າຮ່ວມງານວາງສະແດງທ່ອງທ່ຽວ

– ຂຽນເນື້ອໃນ, ອອກແບບ, ຜະລິດ ແລະ ຕິດຕັ້ງປ້າຍນຳສະເໜີຂໍ້ມູນການທ່ອງທ່ຽວ (Hertiage interpretation panels) ແລະ ປ້າຍຊີ້ບອກຕາມເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວ (Directional signposts)

– ສ້າງຄວາມເຂັ້ມແຂງ ແລະ ປະກອບອຸປະກອນໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະ ກາງ (Tourism SMEs)

– ສ້າງແຜນພັດທະນາ, ຄຸ້ມຄອງ, ດຳເນີນງານ ແລະ ບຳລຸງຮັກສາສິ່ງອຳນວຍຄວາມສະດວກສຳລັບແຫຼ່ງທ່ອງທ່ຽວເຂດອ່າງນໍ້າງື່ມ 1 ແລະ ນຳ້ຕົກຕາດແກ້ງຍຸຍ, ເມືອງວັງວຽງ

ເອກະສານກອງປະຊຸມ: https://bit.ly/3U4hZb6