National Project Steering Committee Meeting

ກອງປະຊຸມຄະນະຮັບຜິດຊອບຊີ້ນຳໂຄງການ

ວັນພຸດ ທີ 31 ມັງກອນ 2024 ທີ່ຜ່ານມາ, ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2 (ຄພສທ 2) Second GMS Tourism Infrastructure for Inclusive Growth Project – TIIGP 2, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມຄະນະຮັບຜິດຊອບຊີ້ນຳໂຄງການ (National Project Steering Committee) ຂຶ້ນທີ່ ໂຮງແຮມລາວພຣາຊ່າ, ນະຄອນຫຼວງວຽງຈັນ.

ຈຸດປະສົງແມ່ນເພື່ອ ນຳສະເໜີຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ແລະ ຜ່ານແຜນກິດຈະກຳຂອງໂຄງການ ຄພສທ 2 ປະຈຳປີ 2024.

ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງ ຖວທ ເຊິ່ງທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳໂຄງການ ຄພສທ 2. ມີຄະນະຮັບຜິດຊອບຊີ້ນຳໂຄງການ, ຄະນະຮັບຜິດຊອບໂຄງການ, ໜ່ວຍງານຈັດຕັ້ງປະຕິບັດໂຄງການ (Project Implementation Unit – PIU) ແຂວງຫຼວງພະບາງ, ແຂວງວຽງຈັນ, ເມືອງວັງວຽງ ແລະ ແຂວງຈຳປາສັກ, ຊ່ຽວຊານພາຍໃນ ແລະ ຕ່າງປະເທດ, ຜູ້ປະສານງານວຽກງານການເງິນໂຄງການ, ການເງິນໂຄງການ ແລະ ກວດສອບພາຍໃນ ເຂົ້າຮ່ວມ.

ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ ແລະ ທັງເປັນຜູ້ຈັດການໂຄງການ ຄພສທ 2 ໄດ້ນຳສະເໜີຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ໂດຍລວມໄລຍະຜ່ານມາ. ຫຼັງຈາກນັ້ນ, ທ່ານ ຈອຍ (Mrityunjoy Ghosh) ຫົວໜ້າຊ່ຽວຊານວຽກໂຄງລ່າງ ແລະ ທ່ານ ພົມມາ ຈັນທິລາດ, ຫົວໜ້າທີມງານວິສະວະກອນ ໄດ້ນຳສະເໜີຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ສຳລັບໝາກຜົນທີ 1: ການປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກ ເຊິ່ງສັງລວມດັ່ງນີ້:

– W01: ການປັບປຸງເສັ້ນທາງເຂົ້າເຖິງທ່າເຮືອນາກະສັງ ແລະ ດອນເດດດອນຄອນ, ສຳລັບ 100%, ຢູ່ໃນຊ່ວງຄຳ້ປະກັນວຽກກໍ່ສ້າງ ຮອດເດືອນມິຖຸນາ 2024

– W02: ການປັບປຸງທາງຊອຍ ແລະ ກໍ່ສ້າງສິ່ງອຳນວຍຄວາມສະດວກສຳລັບແຫຼ່ງທ່ອງທ່ຽວເຂດໜ້າເຂື່ອນນໍ້າງື່ມ, ຄືບໜ້າ 67.63%, ຄາດຄະເນສຳເລັດການກໍ່ສ້າງ ເດືອນມິຖຸນາ 2024

– W03: ການປັບປຸງເສັ້ນທາງເຂົ້ານໍ້າຕົກຕາດແກ້ງຍູຍ, ຂົວນໍ້າຊອງ ແລະ ເສັ້ນທາງວົງແຫວນເບື້ອງຕາເວັນຕົກຂອງນໍ້າຊອງ ເມືອງວັງວຽງ, ຄືບໜ້າ 64.78%, ຄາດຄະເນສຳເລັດການກໍ່ສ້າງ ເດືອນກັນຍາ 2024

– W04: ການປັບປຸງສະໜາມຂີ້ເຫຍື້ອ ເມືອງວັງວຽງ 86.49%, ຄາດຄະເນສຳເລັດການກໍ່ສ້າງ ເດືອນເມສາ 2024

– W03a: ການປັບປຸງເສັ້ນທາງຄືນໃໝ່ ພາຍໃນຕົວເມືອງວັງວຽງ ກຳລັງກະກຽມເອກະສານປະມູນ, ຄາດຄະເນເລີ່ມກໍ່ສ້າງ ເດືອນສິງຫາ 2024 ແລະ ສຳເລັດທ້າຍປີ 2025

ກອງປະຊຸມໄດ້ຮັບຟັງການນຳສະເໜີຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ສຳລັບໝາກຜົນທີ 2 ແລະ 3, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີ ຂອງ PIU ແຂວງຫຼວງພະບາງ, ແຂວງວຽງຈັນ, ເມືອງວັງວຽງ ແລະ ແຂວງຈຳປາສັກ.

ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ ແລະ ຜູ້ຈັດການໂຄງການ ຄພສທ 2 ໄດ້ນຳສະເໜີແຜນກິດຈະກຳຂອງໂຄງການປະຈຳປີ 2024

ຫຼັງຈາກນັ້ນ, ຄະນະຮັບຜິດຊອບຊີ້ນຳໂຄງການ ແລະ ຜູ້ເຂົ້າຮ່ວມ ກໍໄດ້ປະກອບຄຳເຫັນເຂົ້າໃນການນຳສະເໜີກ່ຽວກັບຄວາມຄືບໜ້າ ແລະ ແຜນກິດຈະກຳຂອງໂຄງການ.

ເອກະສານກອງປະຊຸມ: https://bit.ly/3U4hZb6