Public and private sector visited sub-project site and attend meeting on Nam Ngum Reservoir recreational area site management, operation and maintenance

ພາກລັດ ແລະ ພາກທຸລະກິດຢ້ຽມຢາມເຂດກໍ່ສ້າງ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວເຂດອ່າງນໍ້າງື່ມ 1, ເມືອງແກ້ວອຸດົມ, ແຂວງວຽງຈັນ.

ວັນອັງຄານ ທີ 19 ທັນວາ 2023 ທີ່ຜ່ານມາ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງວຽງຈັນ ຮ່ວມກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ນຳພາພາກລັດ ແລະ ພາກທຸລະກິດໄປຢ້ຽມຢາມເຂດກໍ່ສ້າງ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວເຂດອ່າງນໍ້າງື່ມ 1, ເມືອງແກ້ວອຸດົມ, ແຂວງວຽງຈັນ ໂດຍການສະໜັບສະໜູນຂອງໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (ຄພສທ 2), ກະຊວງ ຖວທ, ທະນາຄານພັດທະນາອາຊີ.

ຈຸດປະສົງແມ່ນເພື່ອເຮັດໃຫ້ພາກລັດ ແລະ ພາກທຸລະກິດ ໄດ້ເຫັນສະພາບຄວາມຄືບໜ້າຕົວຈິງຂອງການກໍ່ສ້າງ, ກາລະໂອກາດທາງທຸລະກິດ ແລະ ປຶກສາຫາລືກ່ຽວກັບບັນດາທາງເລືອກໃນການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວເຂດອ່າງນໍ້າງື່ມ 1.

ກອງປະຊຸມໄດ້ດຳເນີນໂດຍການເປັນທານຂອງ ທ່ານ ວິລະວຸດ ປະກິດ, ເຈົ້າເມືອງໆແກ້ວອຸດົມ, ທ່ານ ສູນ ມະນີວົງສ໌, ຫົວໜ້າໂຄງການ ຄພສທ 2, ກະຊວງ ຖວທ, ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຜູ້ຈັດການໂຄງການ ຄພສທ 2, ກະຊວງ ຖວທ ແລະ ທ່ານ ສີສະຫວາດ ແສງພະຈັນ, ຫົວໜ້າພະແນກ ຖວທ ແຂວງວຽງຈັນ, ຫົວໜ້າໂຄງການ ຄພສທ 2 ແຂວງວຽງຈັນ.

ຜູ້ເຂົ້າຮ່ວມຈາກພາກລັດແມ່ນປະກອບມີ ກະຊວງ ຖວທ, ພະແນກ ຖວທ ແຂວງວຽງຈັນ ແລະ ພະແນກການກ່ຽວຂ້ອງ. ມີບັນດາພາກທຸລະກິດພາຍໃນແຫຼ່ງທ່ອງທ່ຽວເຂດໜ້າເຂື່ອນ ແລະ ທຸລະກິດທີ່ສົນໃຈລົງທຶນຮ່ວມ ແລະ ດຳເນີນກິດຈະກຳຢູ່ເຂດໜ້າເຂື່ອນໃນຕໍ່ໜ້າ.

ທ່ານ ວິລະ ຈັນທະວົງ, ຊ່ຽວຊານໂຄງການຂະແໜງການທ່ອງທ່ຽວ ໄດ້ນຳສະເໜີກ່ຽວກັບການປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກ ແລະ ກາລະໂອກາດໃນການພັດທະນາກິດຈະກຳທ່ອງທ່ຽວເພີ່ມເຕີມຢູ່ເຂດອ່າງນໍ້າງື່ມ 1.

ຫຼັງຈາກນັ້ນ, ທ່ານ ນາງ ໃບທອນ ລໍວັນໄຊ, ຊ່ຽວຊານພາຍໃນດ້ານການສ້າງຂີດຄວາມສາມາດດ້ານອົງການຈັດຕັ້ງ ໄດ້ນຳສະເໜີກ່ຽວກັບບັນດາໜ້າວຽກໃນການຄຸ້ມຄອງ ແລະ ບົວລະບັດຮັກສາສິ່ງອຳນວຍຄວາມສະດວກຢູ່ເຂດໜ້າເຂື່ອນນໍ້າງື່ມ 1.

ຜູ້ເຂົ້າຮ່ວມໄດ້ຮັບຟັງກ່ຽວກັບບັນດາທາງເລືອກໃນການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວຢູ່ເຂດໜ້າເຂື່ອນນໍ້າງື່ມ 1 ແລະ ກໍລະນີສຶກສາການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວທີ່ມີສະພາບຄ້າຍຄືກັນກັບສະຖານທີ່ທ່ອງທ່ຽວເຂດອ່າງນໍ້າງື່ມ 1 ຢູ່ຕ່າງປະເທດ

ກອງປະຊຸມເຫັນດີເລືອກທາງເລືອກທີ 2 ຄື ພາກທຸລະກິດຮຸ້ນສ່ວນກັບພາກລັດ ໃນການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວເຂດໜ້າເຂື່ອນນໍ້າງື່ມ 1. ເພື່ອຮັກສາສິດອຳນາດໃນການຕິດສິນໃຈຂອງພາກລັດ ແລະ ພາກທຸລະກິດຢູ່ທ້ອງຖິ່ນ, ສາມາດສ້າງ ແລະ ຮັກສາງົບປະມານໄວ້ ເພື່ອນຳໃຊ້ເຂົ້າໃນການບົວລະຮັກສາຮັກສາໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກ ແລະ ພັດທະນາສະຖານທີ່ທ່ອງທ່ຽວ ໃຫ້ມີຄວາມຍືນຍົງ.

ດາວໂຫຼດເອກະສານກອງປະຊຸມ: https://bit.ly/47srxAG