TIIGP 1 & TIIGP 2 Consultation Meeting on Tourist Facility Operation and Maintenance (O&M) and PPP Arrangement

ກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນໃນການບໍລິຫານຄຸ້ມຄອງ ແລະ ບຳລຸງຮັກສາສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວ ລະຫວ່າງໂຄງການ ໄລຍະ 1 ແລະ ໄລຍະ 2

ໃນວັນພະຫັດ ທີ 21 ທັນວາ 2023 ທີ່ຜ່ານມາ, ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2 (ຄພສທ 2), ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນໃນການບໍລິຫານຄຸ້ມຄອງ ແລະ ບຳລຸງຮັກສາສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວ ລະຫວ່າງໂຄງການ ໄລຍະ 1 ແລະ ໄລຍະ 2 ທີ່ໂຮງແຮມເອັສວັງວຽງບູຕິກ, ເມືອງວັງວຽງ, ແຂວງວຽງຈັນ.

ກອງປະຊຸມໄດ້ດຳເນີນໂດຍການເປັນປະທານຂອງ ທ່ານ ນາງ ແພງຈັນ ແພງເມືອງ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ຖວທ ເຊິ່ງທັງເປັນຮອງຫົວໜ້າຄະນະຮັບຜິດຊອບຊີ້ນຳໂຄງການ ຄພສທ 2, ທ່ານ ນາງ ພອນມະລີ ອິນທະພົມ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຜູ້ຈັດການໂຄງການ ຄພສທ 2 ແລະ ທ່ານ ສູນ ມະນີວົງສ໌, ຫົວໜ້າໂຄງການ ຄພສທ 2, ກະຊວງ ຖວທ.

ຜູ້ເຂົ້າຮ່ວມປະກອບມີຄະນະຮັບຜິດຊອບຊີ້ນຳໂຄງການ, ຊ່ຽວຊານໂຄງການພາຍໃນ ແລະ ສາກົນ, ໜ່ວຍງານຈັດຕັ້ງປະຕິບັດໂຄງການ (Project Implementation Unit – PIU) ຂອງໂຄງການໄລຍະ 1 ຄື: ແຂວງຫຼວງພະບາງ, ແຂວງອຸດົມໄຊ ແລະ ແຂວງຄຳມ່ວນ, PIU ໂຄງການໄລຍະ 2 ຄື: ແຂວງຫຼວງພະບາງ, ແຂວງແຂວງຈຳປາສັກ, ແຂວງວຽງຈັນ ແລະ ເມືອງວັງວຽງ.

ກອງປະຊຸມໄດ້ຮັບຟັງການນຳສະເໜີກ່ຽວກັບສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວຂອງໂຄງການໄລຍະ 1, ຮູບແບບການບໍລິຫານຄຸ້ມຄອງ, ດຳເນີນງານ ແລະ ບຳລຸງຮັກສາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີການແກ້ໄຂ.

ທ່ານ ຣີກພອນ, ຫົວໜ້າຊ່ຽວຊານຂະແໜງການທ່ອງທ່ຽວ ໄດ້ຕັ້ງຄຳຖາມໃຫ້ຜູ້ເຂົ້າຮ່ວມວ່າ ເຮົາຄວນເລື່ອງວາງແຜນການບໍລິຫານຄຸ້ມຄອງຕັ້ງແຕ່ຕອນໃດ? ຄຳຕອບຄືຕ້ອງເລີ່ມຄິດເລື່ອງນີ້ຕັ້ງແຕ່ໄລຍະວາງແຜນ ແລະ ກຳນົດເຂດເປົ້າໝາຍຂອງໂຄງການ ແລະ ໄລຍະການສຶກສາຄວາມເປັນໄປໄດ້.

ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຕົວຢ່າງທາງເລືອກການບໍລິຫານຄຸ້ມຄອງສະຖານທີ່ທ່ອງທ່ຽວຂອງໄລຍະ 2 ຢູ່ສະຖານທີ່ທ່ອງທ່ຽວເຂດອ່າງນໍ້າງື່ມ 1 ແລະ ນຳ້ຕົກຕາດແກ້ງຍຸຍ, ແຂວງວຽງຈັນ.

ເອກະສານກອງປະຊຸມ: https://bit.ly/3TkEiJp